
ໃບຢັ້ງຢືນ ທຣາເວວໄລຟ໌
ໃບຢັ້ງຢືນ ທຣາເວວໄລຟ໌ ເປັນໃບຢັ້ງຢືນລະດັບສາກົນທີ່ຈັດຫາການຝຶກອົບຮົມ, ການບໍລິຫານ ແລະ ໃບຢັ້ງຢືນໃຫ້ແກ່ທຸລະກິດທ່ອງທ່ຽວທີ່ເປັນບໍລິສັດທ່ອງທ່ຽວ, ຕົວແທນບໍລິສັດທ່ອງທ່ຽວ ແລະ ໂຮງແຮມທີ່ມີຄວາມມຸ່ງໝັ້ນໃນການດຳເນີນທຸລະກິດແບບຍືນຍົງ.
ການທີ່ທຸລະກິດຖືກຢັ້ງຢືນ Travelife ແລະ Lasting Laos ໝາຍຄວາມວ່າຫຍັງ?
ວິດີໂອອື່ນໆ ສາມາດເບິ່ງໄດ້ ບ່ອນນີ້.
ຂັ້ນຕອນຂອງການອອກໃບຢັ້ງຢຶນ Travelife
ການບໍລິຫານດ້ານຄວາມຍືນຍົງແມ່ນທຸກຢ່າງທີ່ກ່ຽວກັບຄວາມມຸ່ງໝັ້ນ ແລະ ຄວາມສະໝໍ່າສະເໝີຂອງທຸລະກິດໃນການປະຕິບັດດ້ານຄວາມຍືນຍົງ. ໂດຍລວມເອົາສິນຄ້າ ແລະ ການບໍລິການ, ການຕິດຕາມກວດກາ ແລະ ຈັດການກັບຜົນກະທົບ, ແລະ ວິທີທີ່ທ່ານຊ່ວຍຜູ້ສະໜອງໃຫ້ໄດ້ປະຕິບັດແບບຍືນຍົງເຊັ່ນດຽວກັນກັບທ່ານ. ທຣາເວວໄລຟ໌ຊ່ວຍເຫຼືອທຸລະກິດໃນຂັ້ນຕອນນີ້ໂດຍການຈັດຫາການຝຶກອົບຮົມ, ການບໍລິຫານ, ການວາງແຜນ, ການລາຍງານ ແລະ ເຄື່ອງມືສຳລັບ B2B. ຂໍ້ມູນລະອຽດສາມາດສຶກສາຜ່ານເວັບໄຊທ໌ຂອງທຣາເວວໄລຟ໌ດ້ານລຸ່ມທັງສອງ, ໜຶ່ງແມ່ນສຳລັບບໍລິສັດ ແລະ ຕົວແທນບໍລິສັດທ່ອງທ່ຽວ ແລະ ອີກໜຶ່ງແມ່ນສຳລັບໂຮງແຮມ.
ຜົນປະໂຫຍດຂອງການໄດ້ຮັບໃບຢັ້ງຢືນ ທຣາເວວໄລຟ໌
ການດຳເນີນທຸລະກິດແບບໃສ່ໃຈສັງຄົມ, ສິ່ງແວດລ້ອມບໍ່ໄດ້ເປັນພຽງແຕ່ຫຼັກຈັນຍາບັນທີ່ມຸ່ງໝັ້ນ, ແຕ່ມັນເປັນອີກໜຶ່ງກົນລະຍຸດທາງທຸລະກິດທີ່ຈະຊ່ວຍໃຫ້ພັດທະນາໃຫ້ກ້າວໄປອີກຂັ້ນໜຶ່ງ. ດ້ວຍການໃສ່ໃຈດ້ານຄວາມຍືນຍົງ, ທຸລະກິດຂອງທ່ານຈະໄດ້ຮັບການ:
- ພັດທະນາຄວາມໜ້າເຊື່ອຖື ແລະ ຊື່ສຽງ
- ປະຢັດຄ່າໃຊ້ຈ່າຍ
- ເຂົ້າເຖິງກຸ່ມຕະຫຼາດໃໝ່ທີ່ໃສ່ໃຈສິ່ງແວດລ້ອມ
- ເພີ່ມຄວາມເພິ່ງພໍໃຈ ແລະ ຄວາມຊື່ສັດຂອງລູກຄ້າ
- ປະຕິບັດຕາມກົດໝາຍ ແລະ ຂໍ້ບັງຄັບ ແລະ ຫຼຸດຜ່ອນຄວາມສ່ຽງ
- ເພີ່ມຂວັນກຳລັງໃຈຂອງພະນັກງານ ແລະ ດຶງດູດບຸກຄົນທີ່ມີຄວາມສາມາດທີ່ມີແນວຄິດລັກສະນະດຽວກັນ
- ສ້າງຫຼັກປະກັນໃນການດຳເນີນທຸລະກິດໃນໄລຍະຍາວ
ທຸລະກິດທີ່ຜ່ານການຢັ້ງຢືນທຣາເວວໄລຟ໌
ທ່ານສາມາດຊອກຫາທຸລະກິດທີ່ໄດ້ຮັບໃບຢັ້ງຢືນ Travelife 27 ຫົວໜ່ວຍ ໄດ້ທາງດ້ານລຸ່ມ. ໂດຍສາມາດເລືອກແບ່ງເປັນແຂວງ ແລະ ປະເພດຂອງທຸລະກິດ.





















































