ຜູ້ນຳໃນການທ່ອງທ່ຽວແບບມີຄວາມຮັບຜິດຊອບ

ລົງນາມໃນຄຳໝັ້ນສັນຍາເພື່ອສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງທ່ານໃນການເດີນທາງແບບມີຄວາມຮັບຜິດຊອບ ແລະ ສ້າງຜົນກະທົບທີ່ຍືນຍົງຕໍ່ອະນາຄົດຂອງປະເທດລາວ. ການລົງນາມແມ່ນຟຣີ ແລະ ທຸກໆ ອົງກອນສາມາດລົງນາມໄດ້.

ການລົງນາມໝາຍຄວາມວ່າແນວໃດ?

ການລົງນາມໝາຍເຖິງວ່າອົງກອນຂອງທ່ານຈະນຳໃຊ້ສິນຄ້າ ແລະ ການບໍລິການຈາກທຸລະກິດທີ່ຜ່ານການຢັ້ງຢືນ Lasting Laos ແລະ Travelife ສຳລັບທຸກໆ ຮູບແບບຂອງການທ່ອງທ່ຽວໃນລາວພາຍໃນປີ 2025. ຄຳມຸ່ງໝັ້ນສັນຍານີ້ລວມເອົາ:

  • ໃຫ້ຄວາມສຳຄັນ ແລະ ບູລິມະສິດໃນການເລືອກໂຮງແຮມ, ບໍລິສັດ ແລະ ຕົວແທນບໍລິສັດທ່ອງທ່ຽວທີ່ຜ່ານການຢັ້ງຢືນ Travelife.
  • ເລືອກໃຊ້ບໍລິການ ແລະ ໃຫ້ຄວາມສຳຄັນແກ່ທຸລະກິດທີ່ຜ່ານການຢັ້ງຢືນ Lasting Laos ໃນຂະແໜງ ຄົມມະນາຄົມຂົນສົ່ງ, ອາຫານ ແລະ ເຄື່ອງດື່ມ, ຫັດຖະກຳ ແລະ ເຄື່ອງທີ່ລະນຶກ, ແລະ ການທ່ອງທ່ຽວທາງດ້ານວັດທະນະທຳ.

*ໂດຍອີງຕາມພື້ນທີ່ທີ່ມີທຸລະກິດເຫຼົ່ານີ້ ແລະ ຢູ່ພາຍໃຕ້ງົບປະມານຂອງອົງກອນ.

ໂດຍການປະຕິບັດໄປພ້ອມໆ ກັນ, ພວກເຮົາຈະສາມາດສ້າງການປ່ຽນແປງໃຫ້ການທ່ອງທ່ຽວໃນລາວໃຫ້ເປັນການທ່ອງທ່ຽວທີ່ຍືນຍົງຂຶ້ນໄດ້ໃນອະນາຄົດ.

Lasting Laos Brochure

An introduction to Lasting Laos and Travelife for consumers
ດາວໂຫຼດ

ຜົນປະໂຫຍດຂອງການລົງນາມ

ດ້ວຍການລົງນາມ, ທ່ານໃຫ້ຄຳໝັ້ນສັນຍາວ່າ:

  • ສົ່ງເສີມ ການທ່ອງທ່ຽວທີ່ຍືນຍົງໃນລາວ.
  • ສະໜັບສະໜູນ ທຸລະກິດທ້ອງຖິ່ນທີ່ໃສ່ໃຈໃນການດຳເນີນທຸລະກິດແບບຍືນຍົງ.
  • ອະນຸລັກ ສະພາບແວດລ້ອມທາງທຳມະຊາດ ແລະ ມໍລະດົກທາງວັດທະນະທຳ.
  • ເຄົາລົບ ບຸກຄະລາກອນ ແລະ ຜູ້ຄົນທີ່ເຮັດວຽກໃນຂະແໜງການທ່ອງທ່ຽວ.
  • ປົກປັກຮັກສາ ຄວາມສວຍງາມຂອງລາວເພື່ອສືບທອດໄປຫາບຸກຄົນໃນລຸ້ນຕໍ່ໄປ.

ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງທ່ານຕໍ່ສິ່ງແວດລ້ອມ ແລະ ປະຊາຊົນລາວ ດ້ວຍການລົງນາມໃນຕອນນີ້ ແລະ ເປັນຜູ້ນຳດ້ານການທ່ອງທ່ຽວຢ່າງມີຄວາມຮັບຜິດຊອບ.

ອົງກອນທີ່ລົງນາມ

ຄຳໝັ້ນສັນຍາໃນການທ່ອງທ່ຽວແບບຍືນຍົງແມ່ນໄດ້ຖືກຂັບເຄື່ອນໂດຍໂດຍອົງກອນ 2 ແຫ່ງ ໃນ 1 ຂະແໜງການໃນທົ່ວປະເທດ.

ການລົງນາມ
0
ນະຄອນຫຼວງວຽງຈັນ
ນະຄອນຫຼວງວຽງຈັນ